ຈີນ ອະນຸມັດນຳໃຊ້ຢາປົວມະເຮັງຂອງກຸຍບາຈີນ
ຢາ Nimotuzumab ຢາຕ້ານມະເຮັງຂອງກຸຍບາ
ໄດ້ອະນຸມັດຢ່າງເປັນທາງການໃນການນຳໃຊ້ຢາ Nimotuzumab ຢາຕ້ານມະເຮັງຂອງກຸຍບາ. ນີ້ແມ່ນຂີດໝາຍໃໝ່ ໃນການ
ຮ່ວມມືທາງການແພດລະຫວ່າງ 2 ປະເທດ. ວັນທີ 5 ກຸມພາ ຜ່ານມານີ້, ສະຖາບັນການຢາແຫ່ງຊາດຈີນ ໄດ້ອະນຸມັດການຂະຫຍາຍ
ການນຳໃຊ້ຢາດັ່ງກ່າວ, ໃນການປິ່ນປົວພະຍາດມະເຮັງກະເພາະລຳໄສ້ ແລະ ທໍ່ສົ່ງ.
ອີງຕາມການຄົ້ນຄວ້າຂອງບໍລິສັດຮ່ວມທຶນຈີນ-ກຸຍບາ, ທ່ານ ໄປ ຊານຫົງ ຜູ້ອຳນວຍການບໍລິສັດໄບໂອເທັກ ຟາຣມາ (BPL),
BPL ເນັ້ນໜັກວ່າ: ຢາ Nimotuzumab ມີໃນປະເທດຈີນ ນັບຕັ້ງແຕ່ປີ 2008, ເປັນຕົວຢາທີ່ມີຜົນໄດ້ຮັບໃນທາງບວກຫຼາຍໃນ
ການຕໍ່ສູ້ຕ້ານມະເຮັງ. ອົງການຢາແຫ່ງຊາດຂອງຈີນ ໄດ້ອະນຸມັດໃຫ້ໃຊ້ຢາ Nimotuzumab ພາຍຫຼັງການວິໃຈຂອງ 23 ສູນທົດ
ລອງໃນທົ່ວ ປະເທດ ໄດ້ຢືນຢັນເຖິງປະສິດທິພາບ ຂອງຢາໃນການປິ່ນປົວພະຍາດມະເຮັງຕັບ. ການຮ່ວມມືກັບກູບາເຮັດໃຫ້ ຈີນ ມີ
ຄວາມກ້າວໜ້າອັນພົ້ນເດັ່ນໃນດ້ານການຢາ ແລະ ຜະລິດຕະພັນອື່ນໆທີ່ກ່ຽວຂ້ອງທາງການແພດ. ທ່ານ ນາງ ຢາແນັດ ໂບເຣໂກ ຮອງ
ຜູ້ອຳນວຍການໃຫຍ່ ແລະ ຜູ້ຕາງໜ້າຂອງຝ່າຍ ກຸຍບາ ກ່າວວ່າ: ອັດຕາມະເຮັງຢູ່ຈີນແມ່ນສູງທີ່ສຸດໃນໂລກ.
ສະນັ້ນ, ປະເທດນີ້ໃຫ້ບຸລິມະສິດສູງກ່ຽວກັບການຊຸກຍູ້ການຄົ້ນຄວ້າ ແລະ ພັດທະນາວິທີປິ່ນປົວແບບໃໝ່. ຕາມທ່ານນາງແລ້ວ,
ປັດຈຸບັນ, ຢາ monoclonal ຂອງກຸຍບາແມ່ນມີຢູ່ຈີນ ແລະ ມີຢູ່ຕະຫຼາດສາກົນແລ້ວ. ໃນໄລຍະຢ້ຽມຢາມຈີນ ເມື່ອບໍ່ດົນມານີ້, ທ່ານ
ມານູ ແອນມາເຣໂຣ ນາຍົກລັດຖະມົນຕີ ກຸຍບາ ເນັ້ນໜັກວ່າ: ການຮ່ວມມືດ້ານເຕັກໂນໂລຊີ ຊີວະວິທະຍາລະຫວ່າງສອງປະເທດໄດ້
ສ້າງເງື່ອນໄຂ ໃຫ້ແກ່ການສຶກສາສະເພາະຫຼາຍຢ່າງທີ່ມີຜົນປະໂຫຍດ ໃຫ້ປະຊາຊົນສອງປະເທດໃນໄລຍະ 20 ປີຜ່ານມາ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 14/03/2024